Thứ ba, ngày 28 tháng 12 năm 2021 [14:30:03 (GMT+7)]

ເງື່ອນໄຂແລະເອກະສານປະກອບເຂົ້າຮຽນ

1.    ເງື່ອນໄຂດ້ານລະດັບການສຶກສາ ແລະ ວິຊາສະເພາະ

1.1. ນັກສຶກສາຕ່າງປະເທດທີ່ຈະເຂົ້າຮຽນລະດັບປະລິນ ຍາຕີ, ປະລິນຍາໂທ, ປະລິນຍາ ເອກຕ້ອງມີໃບປະກາດສະນິຍ າບັດຈົບຊັ້ນທຽບເທົ່າກັບຂອງຫວຽດນາມທີ່ໄດ້ກຳນົດໃນກົດ ໝາຍການສຶກສາໃນແຕ່ລະລະດັບການກໍ່ສ້າງ. ລາຍລະອຽດ, ໃບປະກາສະນິຍະບັດຈົບຊັ້ນມັດທະ ຍົມສຳລັບນັກສຶກສາທີ່ລົງທ ະບຽນຮຽນປະລິນຍາຕີ, ໃບປະກາສະນິຍະບັດປະລິນຍາຕີສຳລັບ ນັກຄົ້ນຄວ້າປະລິນຍາໂທ,ໃບປະກາສະນິຍະບັດປະລິນຍາໂທສຳລັ ບນັກຄົ້ນຄວ້າປະລິນຍາເອກ

1.2. ນັກສຶກສາຕ່າງປະເທດທີ່ຈະເຂົ້າຮຽນລະດັບປະລິນ ຍາຕີ, ປະລິນຍາໂທ, ປະລິນຍາ ເອກຕ້ອງບັນລຸມາດຖານດ້ານ ພາສາຫວຽດຕາມຂໍ້ກຳນົດສຳລັບແຕ່ລະລະດັບການກໍ່ສ້າງ ແລະ ຫຼັກສູດການກໍ່ສ້າງ (ມີໃບປະກາດພາສາຫວຽດຂອງມະຫາວິທະຍາ ໄລວິງອອກໃຫ້ຫຼືບັນດາໂຮງ ຮຽນອື່ນຂອງຫວຽດນາມອອກໃຫ້). 

1.3. ນັກສຶກສາຕ່າງປະເທດທີ່ຈະເຂົ້າຮຽນສາຍພອນສະຫ ວັນ (ອະນຸບານ,ພາລະສຶກສາ) ນອກຈາກບັນດາເງື່ອນໄຂທີ່ກຳນົດ ໃນຂໍ້ 1.1, ຂໍ້ 1.2 ຍັງຕ້ອງບັນລຸເງື່ອນໄຂຂອງບັ້ນເສັງຫຼືກວດກາ ດ້ານພອນສະຫວັນຕາມຂໍ້ກຳນົດຂອງມະຫາວິທະຍາໄລວິງ. 

1.4. ນັກສຶກສາຕ່າງປະເທດທີ່ຈະເຂົ້າຮຽນລະດັບປະລິນ ຍາໂທ, ປະລິນຍາເອກນອກຈາກ ບັນດາເງື່ອນໄຂທີ່ກຳນົດໃນຂໍ້ 1.1, ຂໍ້ 1.2 ຍັງຕ້ອງບັນລຸເງື່ອນໄຂຂອງບັ້ນເສັງເຂົ້າຕາມຂໍ້ກຳນົດ ຂອງມະຫາວິທະຍາໄລວິງ. 

2. ເງື່ອນໄຂສຸຂະພາບ ແລະ ລະດັບອາຍຸ 

2.1. ນັກສຶກສາຕ່າງປະເທດຕ້ອງມີສຸຂະພາບທີ່ດີ, ກ່ອນທີ່ຈະເຂົ້າຮຽນຕ້ອງກວດສຸຂະ ພາບຢູ່ສຸກສາລາວຂອງມະຫາ ວິທະຍາໄລວິງ. ບໍ່ຕິດພະຍາດໃດໆ, ໂລກໄພອັນຕະລາຍຕ່າງໆ ທີ່ ກະຊວງສາທາລະນະສຸກຫວຽດນາມກຳນົດ.

2.2. ນັກສຶກສາຕ່າງປະເທດຕ້ອງມີຄົບເງື່ອນໄຂດ້ານອາຍຸສ ຳລັບນັກສຶກສາທີ່ມາໃນນາມ ທືນຮ່ວມມືແມ່ນປະຕິບັດຕາມສັນ ຍາຂອງຫວຽດນາມທີ່ໄດ້ເຊັນຍາກັບບັນດາປະເທດ,ບັນດາຂົງເຂດ ແລະ ອົງການຈັດຕັ້ງສາກົນ. ບໍ່ຈຳກັດດ້ານອາຍຸສຳລັບນັກສຶກສາທີ່ ມາໃນນາມທື່ນອື່ນໆ ແລະ ທືນສ່ວນຕົວ.

3. ເງື່ອນໄຂດ້ານເອກະສານປະກອບເຂົ້າຮຽນ

ນັກສຶກສາປະກອບເອກະສານສະບັບກັອບປີ 01 ຊຸດເປັນພາສາຂອງປະເທດຕົນ ແລະ ອີກ 01 ຊຸດເປັນພາສາຫວ ຽດນາມທີ່ມີການເຊັນຢັ້ງຢືນຂອງໜ່ວຍງານທີ່ກ່ຽວຂ້ອງຂອງປະເ ທດ ຕົນ. ລາຍລະອຽດມີບັນດາເອກະສານດັ່ງນີ:

3.1. ໃບລົງທະບຽນເຂົ້າຮຽນ (ຕາມແບບຂອງກະຊວງສຶກສ າແລະບຳລູງສ້າງກຳນົດ) ດາວໂຫຼດແບບຟອມທີ່: https://goo.gl/DZ9kZS 

3.2. ຊີວະປະຫວັດ (ຕ້ອງຕິດຮູບແລະປະທັບຕາ) 

3.3. ໃບປະກາສະນິຍະບັດແລະປື້ມຕິດຕາມ (ຫຼືໃບຄະແນນ) ຕາມຂໍ້ກຳນົດສຳລັບແຕ່ລະ ລະດັບການກໍ່ສ້າງ. 

3.4. ໃບກວດສຸຂະພາບຕິດຮູບບັດພ້ອມ (ບໍ່ເກີນ 06 ເດືອນຈົນຮອດມື້ສົ່ງເອກະສານ) ເຊີ່ງອອກໃຫ້ໂດຍບັນດາໂຮງໝໍ ຂອງປະເທດຕົນຫຼືໂຮງໝໍແຂວງ, ນະຄອນ, ສູນກາງຫວຽດນາມ ອອກໃຫ້. 

3.5. ໃບປະກາສະນິຍະບັດຈົບຊັ້ນພາສາຫວຽດອອກໃຫ້ໂດ ຍສະຖາບັນການສຶກສາທີ່ກ່ຽວ ຂ້ອງ. 

3.6. ຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ.

3.7. ໃບຮັບປະກັນດ້ານການເງີນເພື່ອຮັບປະກັນໃຫ້ການສຶກ ສາ, ຄົ້ນຄວ້າ ແລະ ດຳລົງຊີ ວິດຢູ່ໃນໂຮງຮຽນມະຫາວິທະຍາໄລວິງ. 

3.8. ຫົວຂໍ້ຄົ້ນຄວ້າ (ສຳລັບນັກຄົ້ນຄວ້າປະລິນຍາເອກ) 

3.9. ໜັງສືແນະນຳຂອງນັກວິທະຍາສາດສາຍດຽວກັນທີ່ ມີວຸດທິການສຶກສາແຕ່ປະລິນຍາ ເອກຂື້ນໄປຈຳນວນ 02 ຄົນ (ສຳລັບນັກຄົ້ນຄວ້າປະລິນຍາເອກ). 

3.10. ບັນດາເອກະສານ, ເອກະສານຢັ້ງຢືນດ້ານພອນສະຫວັນ, ວິຊາສະເພາະ, ຜົນ ງານການຄົ້ນຄວ້າ... (ຖ້າມີ). 3.11. ພັດສະປອດທີ່ຍັງມີອາຍຸນຳໃຊ້ຢ່າງໜ້ອຍ 6 ເດືອນນັບແຕ່ມື້ລົງທະບຽນເຂົ້າຮຽນ (ນອກຈາກສະບັບກັອບປີ, ຕ້ອງສົ່ງພັດສະປອດໃຫ້ໂຮງຮຽນເພື່ອຄຸ້ມຄອງການໄປມາຂອງນັກ ສຶກສາ). 

3.12. ໃ ບ ແ ຈ້ ງ ໃ ຫ້ ມ າ ລົ ງ ທ ະ ບ ຽ ນ ຮ ຽ ນ (ສົ່ງສະບັບຕົ້ນພາສາຫວຽດ) 

3.13. ໃບປະຕິຍານປະຕິບັດກົດລະບຽບຂອງໂຮງຮຽນ (ເຊັນຊື່ເວລາລົງທະບຽນຮຽນ) ແລະ ຮູບ 3x4 ຈຳນວນ 8 ໃບ.

ບັນດາຫ່ວງເງີນຕ່າງໆທີ່ຈະຕ້ອງຈ່າຍ

1. ຄ່າຮຽນ 

- ກຽມພາສາຫວຽດ 500 USD /ປີ 

- ມະຫາວິທະຍາໄລ 500 USD / ປີ 

- ປະລິນຍາໂທ 800 USD / ປີ 

- ປະລິນຍາເອກ 1.000 USD / ປ

2. ຄ່າຫໍພັກ: 10 USD/01 ເດຶອນ/01ຄົນ, ຫ້ອງລະ04ຄົນ

3. ຄ່າປະກັນໄພຊີວິດແລະປະກັນໄພສຸຂະພາບຈະເກັບເປັນ ປີຕາມລະດັບຂໍ້ກຳນົດຂອງປະເທດຫວຽດນາມ.

4. ນັກສຶກສາແຕ່ລະຄົນໄດ້ໃຊ້ຟີນ້ຳຈຳນວນ 3 m3 ແລະ ໄຟ 6kwh/ເດືອນ. ຖ້າໃຊ້ ເກີນລະດັບທີ່ກຳນົດນັກສຶກສາຈະຕ້ອ ງໄດ້ຈ່າຍເພີ່ມເອງຕາມຄ່າທີ່ໂຮງຮຽນກຳນົດໄວ້.

ຂໍ້ມູນຕິດຕໍ່

ຫ້ອງການວິທະຍາສາດ ແລະ ຮ່ວມມືສາກົນ, ມະຫາວິທະຍາໄລວິງ

ເລກທີ່ 182, ທະໜົນ ເລຢວັນ, ນະຄອນວິງ, ແຂວງ ເຫງ້ອານ, ສສ ຫວຽດນາມ

ໂທລະສັບ: +84 (0) 2383 855452 (Máy lẻ: 689); Fax: 00 84 238 3855 269

Email: international@vinhuni.edu.vn

ຊື່ ແລະ ນາມສະກຸນ: ດຣ.ຟານວັນທຽນ;

ຕໍາແໜ່ງ: ຮອງຫົວໜ້າຫ້ອງການວິທະຍາສາດ ແລະ ການຮ່ວມມືສາກົນ.

ມືຖື: +84 (0) 917012255